Ntseeg tau tias yeej muaj coob leej ntau tus tau pom duab no tawm nyob rau facebook ua rau muaj coob leej ntau tus tau share mus law...
Ntseeg tau tias yeej muaj coob leej ntau tus tau pom duab no tawm nyob rau facebook ua rau muaj coob leej ntau tus tau share mus lawm ua rau coob leej ntau tus tau raug dag thiab poob nyiaj mus lawm . cov neeg phem ua tus vas sab cuav yog li no: www.bcel.ml . ho bank BCEL laos tus yog www.bcel.com.la yog li thov koj nco ntsoov saib yog tsis yog bank BCEL tus tiag2 thov koj tsis txhob mus ntseg koj thiaj li tsis poob nyiaj nawb tsoom kwv tij nyob sab nplog.
qhov tseeb saib raws cov ntawv nplog nram nram qab no .( peb paub tsis txhij peb txhais tsis tau rau nej los thov zam txim)
ເຊື່ອວ່າຫຼາຍທ່ານອາດເຫັນໂພສການໂຄສະນາຊວນເຊື່ອລັກສະນະແບບນີ້ຜ່ານສື່ສັງຄົມອອນລາຍຜ່ານຕາມາແລ້ວ ພ້ອມກັບມີຄົນຈໍານວນໜຶ່ງຫຼົງແຊຣ ຫຼື ອາດຈະກົດເຂົ້າໄປເຮັດທຸລະກໍາການເງິນມາແລ້ວເພື່ອຫວັງລາງວັນທີ່ມິດຊາຊີບວາງກັບດັກໄວ້ລວງເອົາຂໍ້ມູນຢູ່ປາຍທາງ. ຮູບແບບຂອງມິດຊາຊີບກຸ່ມນີ້ຈະເຮັດເປັນລັກສະນະວ່າເປັນການໂຄສະນາຂອງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ເນື່ອງໃນໂອກາດພິເສດເພື່ອລໍ້ໃຫ້ຄົນທີ່ຫຼົງເຊື່ອກົດເຂົ້າໄປເວບໄຊທປອມທີ່ມີໜ້າຕາຄ້າຍຄືກັບຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລ້ວໃຫ້ຕື່ມຂໍ້ມູນຂອງຜູ້ໃຊ້ບັດໃສ່. ຖ້າທ່ານໃດປະກົດເຫັນເວບໄຊທ (URL) www.bcel.ml ແບບນີ້ ຫຼື ເປັນເພຈທີ່ບໍ່ແມ່ນຂອງທາງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຫ້າມເດັດຂາວບໍ່ໃຫ້ກົດເຂົ້າໄປເພື່ອເຮັດທຸລະກໍາໃດໆ ເພາະມັນແມ່ນເວບໄຊທ (URL) ຂອງກຸ່ມມິດຊາຊີບທີ່ເຮັດຂື້ນມາເພື່ອດູດຂໍ້ມູນຜູ້ໃຊ້ BCEL One ຈິ່ງ ເຊິ່ງບໍ່ສະເພາະແຕ່ ເວບໄຊທ (URL) ລັກສະນະແບບທີ່ກ່າວໄວ້ຈໍຂ້າງເທິງເທົ່ານັ້ນອາດມີຮູບແບບ ແລະ ຊື່ອື່ນໆອີກ.
ສໍາລັບເວບໄຊທ (URL) ຂອງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນຕ້ອງເປັນ http://bcel.com.la/ ເທົ່ານັ້ນ . ສ່ວນເວບໄຊທ (URL) ຊື່ອື່ນໆຖືເປັນການແອບບອ້າງ.
ນີ້ແມ່ນຂໍ້ມູນປອມທີ່ປະກົດເຫັນໃນສື່ສັງຄົມອອນລາຍ:
ໝາຍເຫດ: ຖ້າທ່ານເຫັນແບບນີ້ ຢ່າຫຼົງເຊື່ອກົດເຂົ້າໄປເຮັດທຸລະກໍາການເງິນ ຫຼື ຕື່ມຂໍ້ມູນລະຫັດບັດຂອງທ່ານເດັດຂາດ. ກໍລະນິບໍ່ແນ່ໃຈ ໃຫ້ເຂົ້າໄປຫາພະນັກງານສາຂາຂອງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ເປັນການດີທີສຸດ.







COMMENTS